ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນແຕ່ວັນທີ 14-18 ສິງຫາ 2023 ທີ່ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ, ພາຍໃຕ້ການເປັນປະທານ ຂອງສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດ ແຫ່ງ ສປປ ລາວ.
1. ແມ່ນການສະຫຼຸບຕີລາຄາຜົນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະເຄິ່ງສະໄໝຜ່ານມາວ່າມີຜົນສໍາເລັດແນວໃດ, ຈຸດຄົງຄ້າງມີອັນໃດແດ່ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນໍາ-ນໍາພາຂອງພັກທີ່ຜ່ານມາ.
2. ແມ່ນການຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ IX ໄລຍະເຄິ່ງສະໄໝ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ.
3. ເປັນການສະຫຼຸບ ການດໍາເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານສູນກາງພັກ ໄລຍະເຄິ່ງສະໄຫມໃນທົ່ວພັກ ຕິດພັນກັບການຄົ້ນຄວ້າຕີລາຄາ ວິເຄາະ-ໄຈ້ແຍກ ຢ່າງເລິກເຊິ່ງ, ກວ້າງຂວາງ, ກົງໄປກົງມາ ຕໍ່ບັນດາຈຸດອ່ອນ-ຂໍ້ຄົງຄ້າງ ທີ່ເປັນໄພອັນຕະລາຍຕໍ່ລະບອບໃໝ່ ກໍຄື ບົດບາດການນໍາພາຂອງ ພັກ, ເປັນການປັບປຸງປົວແປງພາຍໃນພັກ ກາຍເປັນກຸນແຈ ເພື່ອສືບຕໍ່ຍູ້ແຮງການກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໝັກແໜ້ນຍິ່ງຂຶ້ນ.
ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ ຄົ້ນຄວ້າ, ປຶກສາຫາລືບັນຫາສໍາຄັນດັ່ງນີ້:
1. ຕີລາຄາຜົນການນໍາພາຊີ້ນໍາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະເຄິ່ງ ສະໄໝ.
2. ຕີລາຄາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະເຄິ່ງສະໄໝ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ,ມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ,ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ.
3. ດໍາເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານສູນກາງພັກ ໄລຍະເຄິ່ງສະໄໝ.

ຄໍາເຫັນ